




ປະຫວັດຄວາມເປັນມາບໍລິສັດ ແມ່ນສືບທອດຈາກລຸ້ນສູ່ລຸ້ນ ໄລຍະການບຸກເບີກ ບໍລິສັດ ເຄພີ ຈຳກັດ ສ້າງຕັ້ງຂື້ນໃນປີ 1940 ໂດຍທ່ານ ຄຳໃບ ພິລາພັນເດຊ ແລະ ພັນລະຍາ ນ. ກິມອອງ ພິລາພັນເດຊ ພາຍໃຕ້ຊື່ວ່າ ບໍລິສັດ ຄຳໃບ ພິລາພັນເດຊ, ມີຈຸດປະສົງເບື້ອງຕົ້ນແມ່ນດຳເນີນທຸລະກິດກ່ຽວກັບ ຊີມັງ, ໂຮງເລື່ອຍ, ຫຼໍ່ດອກຢາງ ລວມໄປເຖິງການນຳເຂົ້າສິນຄ້າອຸປະໂພກ, ບໍລິໂພກ ແລະ ວັດສະດຸກໍ່ສ້າງ ເພື່ອຈຳໜ່າຍຮັບໃຊ້ສັງຄົມຕະຫຼອດມາ. ພາຍຫຼັງການສະຖາປະນາ ສປປ ລາວ ປີ 1975 ບໍລິສັດໄດ້ຄ່ອຍໆເຕີບໂຕຂະຫຍາຍຕົວຄຽງຄູ່ກັບການປັບປຸງທຸລະກິດໃຫ້ແທດເໝາະແກ່ສັງຄົມ ແລະ ນະໂຍບາຍເປີດປະຕູສູ່ສາກົນ ໂດຍຈິນຕະນາການໃໝ່ຂອງລັດຖະບານແຫ່ງ ສປປ ລາວ. ໃນປີ 1986 ບໍລິສັດ ຄຳໃບ ພິລາພັນເດຊ ໄດ້ເປີດກວ້າງ ແລະ ຂະຫຍາຍຕົວທາງທຸລະກິດທີ່ໃຫຍ່ທີ່ສຸດ ໂດຍການຮ່ວມມືກັບບັນດາບໍລິສັດຕ່າງປະເທດເພື່ອເປັນຕົວແທນຈຳໜ່າຍຫຼາກຫຼາຍສິນຄ້າ ທັງອຸປະໂພກ, ບໍລິໂພກ, ຍານພາຫະນະ ແລະ ອື່ນໆ.
ໄລຍະຂອງການພັດທະນາ ຮອດປີ 1995 ການສືບທອດຈິນຕະນາການຂອງສະມາຊິກ ລຸ້ນທີ່ 2 ຂອງຄອບຄົວພິລາພັນເດຊ ພາຍໃຕ້ການບໍລິຫານ ແລະ ເປັນປະທານບໍລິສັດ ໂດຍ ທ່ານ ວິຣະຈິຕ ພິລາພັນເດຊ ເພື່ອເຮັດໃຫ້ຊື່ບໍລິສັດຈົດຈຳງ່າຍ ເປັນສາກົນ ແລະ ທັນສະໃໝ ຍິ່ງຂື້ນ ໂດຍການເຫັນດີຂອງຄະນະບໍລິຫານຈຶ່ງໄດ້ຕົກລົງປ່ຽນຊື່ ຈາກບໍລິສັດ ຄຳໃບ ພິລາພັນເດຊ ມາເປັນ ບໍລິສັດ ເຄພີ ຈຳກັດ, ໃນປັດຈຸບັນ ເຊິ່ງຄຳວ່າ KP ແມ່ນຫຍໍ້ມາຈາກ KHAMBAY PHILAPHANDETH ໄດ້ນຳພາບໍລິສັດກ້າວເຂົ້າສູ່ຍຸກແຫ່ງການສືບຕໍ່ພັດທະນາ ແລະ ວາງຮາກຖານຂອງບໍລິສັດໄວ້ໄດ້ຢ່າງໝັ້ນຄົງ ໂດຍໄດ້ວາງເປົ້າໝາຍ ແລະ ນະໂຍບາຍຂອງບໍລິສັດ ເພື່ອສື່ສານໃຫ້ພະນັກງານພາຍໃນອົງກອນ ແລະ ສັງຄົມໄດ້ຮັບຊາບໂດຍຢຶດຖື ຄ່ານິຍົມຂອງອົງກອນ 4 ຢ່າງຄື: ຄວາມສາມັກຄີ, ຄວາມຈົ່ງຮັກພັກດີ, ຄວາມຊື່ສັດ ແລະ ຄວາມຮັບຜິດຊອບ.
ໄລຍະຂອງການຂະຫຍາຍຕົວ ແລະ ພັດທະນາ ມາຮອດປີ 2004 ພາຍຫຼັງ ທ່ານ ວິຣະຈິຕ ພິລາພັນເດຊ ໄດ້ພັກຜ່ອນບຳນານ ແລະ ໄດ້ຮັບໜ້າທີ່ເປັນທີ່ປຶກສາ ກໍ່ໄດ້ສົ່ງມອບພາລະກິດໃຫ້ ທ່ານ ເຂັມຊາດ ພິລາພັນເດຊ ຜູ້ເປັນນ້ອງຊາຍ ຊື່ງຖືວ່າເປັນອີກທ່ານໜື່ງທີ່ມີປະສົບການສູງໃນດ້ານການພົວພັນ ແລະ ເຮັດທຸລະກິດກັບບັນດານັກລົງທຶນຍີ່ປຸນ ຫຼາຍກວ່າ 40 ປີ ແລະ ເປັນຮຸ່ນສ່ວນກໍ່ຕັ້ງ ບໍລິສັດ ນິເຊອິ ເທຣດດິ້ງ (ໄທແລນ) ຈຳກັດ ໃຫ້ມານຳພາ ແລະ ດຳລົງຕໍາແໜ່ງປະທານບໍລິສັດ ເຄພີ ຈຳກັດ ຖືວ່າເປັນການສົ່ງໄມ້ຕໍ່ໃນທົດສະວັດທີ 2 ແຫ່ງການພັດທະນາ ແລະ ຈະເລີນເຕີບໂຕ ຂອງບໍລິສັດ ເຄພີ ຈຳກັດ ເພື່ອສືບຕໍ່ພາລະກິດ ແລະ ເພີ່ມການເຕີບໂຕ ພາຍໃຕ້ການບໍລິຫານຂອງປະທານ ເຂັມຊາດ ພິລາພັນເດຊ. ບໍລິສັດ ເຄພີ ຈຳກັດ ໄດ້ມີການພັດທະນາ ແລະ ການເຕີບໂຕຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນທາງດ້ານຜົນປະກອບການ ແລະ ການຂະຫຍາຍຕົວທາງດ້ານການຮ່ວມມື ເພື່ອເປັນຕົວແທນຈັດຈຳໜ່າຍສິນຄ້າທີ່ມີຍີ່ຫຍໍ້ຊື່ສຽງລະດັບໂລກຫຼາຍໆສິນຄ້າ ແລະ ສາມາດລົງທຶນຂະຫຍາຍທຸລະກິດອື່ນໆຂື້ນຕື່ມຫຼາຍກວ່າ 15 ບໍລິສັດ ພ້ອມນັ້ນ, ຍັງສາມາດຮວບລວມບັນດາບໍລິສັດດັ່ງກ່າວເຂົ້າມາເປັນກຸ່ມບໍລິສັດໃນເຄືອ ເຊີ່ງມີທັງມົດ 19 ບໍລິສັດ ໂດຍກວມລວມປະເພດທຸລະກິດຫຼັກໆ 4 ກຸ່ມ ເຊັ່ນ: ກຸ່ມສິນຄ້າອຸປະໂພກ, ກຸ່ມສິນຄ້າບໍລິໂພກ, ກຸ່ມສິນຄ້າລົດຍົນ, ກຸ່ມກົນຈັກ ແລະ ອາໄຫຼ່, ກຸ່ມເຄື່ອງໃຊ້ໃນເຮືອນ, ວັດສະດຸກໍ່ສ້າງ ແລະ ກະສິກຳ ເຊິ່ງສາມາດສ້າງລາຍຮັບ ແລະ ວຽກເຮັດງານທຳໃຫ້ແກ່ ສປປ ລາວ ແລະ ເປັນບໍລິສັດແຖວໜ້າ ອັນດັບຕົ້ນໆຂອງປະເທດທີ່ໄດ້ຮັບລາງວັນຈາກພາກລັດຖະບານ, ເອກະຊົນ ແລະ ຕ່າງປະເທດ ຊຶ່ງຖືເປັນເຄື່ອງຢືນຢັນໃນການບໍລິຫານທີ່ມີຄຸນນະພາບ ບໍລິສັດ ໄດ້ຮັບການຮັບຮອງຈາກການບໍລິຫານທີ່ໄດ້ ມາດຕະຖານ ISO 9001 ປີ 2015. ພ້ອມນັ້ນ ເນື່ອງຈາກຕະຫຼອດໄລຍະຂອງການຮ່ວມມືລະດັບສາກົນ ໂດຍສະເພາະການຮ່ວມມືກັບປະເທດຍີ່ປຸນ. ທ່ານ ປະທານ ເຂັມຊາດ ພິລາພັນເດຊ ແລະ ປະທານ ວິຣາຈິຕ ພິລາພັນເດຊ ໄດ້ຮັບຫຼຽນໄຊ ແລະ ໃບປະກາດເຊີດຊູກຽດຈາກກະສັດຍີ່ປຸນ ໃນຖານະຜູ້ສົ່ງເສີມສາຍພົວພັນທີ່ດີລະຫວ່າງ ສປປ ລາວ ແລະ ຍີ່ປຸນ ອີກດ້ວຍ.
ໄລຍະຂອງການຂະຫຍາຍຕົວ ແລະ ພັດທະນາແບບຍືນຍົງ ເມື່ອຮອດປີ 2024 ເພື່ອສືບຕໍ່ທຸລະກິດ ຊີ້ນຳ-ນຳພາ ທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍືນຍົງ ເມື່ອທ່ານ ເຂັມຊາດ ພິລາພັນເດຊ ແລະ ຄະນະບໍລິຫານ ແລະ ຂາຮຸ້ນຂອງ ບໍລິສັດ ເຄພີ ຈຳກັດ ໄວ້ວາງໃຈ ແລະ ມອບໝາຍໃຫ້ ທ່ານ ປະສາດໄຊ ພິລາພັນເດຊ ຂື້ນຮັບຕຳແໜ່ງເປັນປະທານ ບໍລິສັດ ເຄພີ ຈຳກັດ ຢ່າງເປັນທາງການ ຊື່ງ ທ່ານ ປະສາດໄຊ ພິລາພັນເດຊ ກໍ່ເປັນອີກລູກຊາຍຜູ້ໜື່ງຂອງ ທ່ານ ຄຳໃບ ພິລາພັນເດຊ ທີ່ເປັນຫົວຫອກ ແລະ ຟັນເຟືອງສຳຄັນໄດ້ນຳພາ ແລະ ບໍລິຫານ ບໍລິສັດ ເຄພີ ຈຳກັດ ໃນຖານະຮອງປະທານ ບໍລິຫານຝ່າຍຂາຍ ແລະ ການຕະຫຼາດ ມາເປັນເວລາອັນຍາວນານ ຕັ້ງແຕ່ຍຸກຂອງການພັດທະນາທີ່ນຳພາໂດຍ ທ່ານ ວິຣະຈິຕ ພິລາພັນເດຊ ຈົນຮອດປັດຈຸບັນ ເຊີ່ງນັບເປັນການສົ່ງໄມ້ຕໍ່ເຂົ້າສູ່ຍຸກຂອງການຂະຫຍາຍຕົວ ແລະ ພັດທະນາແບບຍືນຍົງ ເພື່ອເສີມໃຊ້ໂອກາດໃນຍຸກຂອງການແຂ່ງຂັນທີ່ມີຄວາມກ້າວໜ້າທາງເທັນໂນໂລຢີ ດີຈີຕ໋ອນປັນຍາປະດິດທີ່ທັນສະໃໝ ເອີ້ນວ່າ AI ແລະ ການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ, ການຂົນສົ່ງ ແລະ ການທ່ອງທ່ຽວ ຈາກນະໂຍບາຍຂອງພາກລັດຖະບານເພື່ອເຊື່ອມໂຍງຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ຫຼື LANDLOCK ມາເປັນປະເທດທີ່ມີສູນກາງທາງຜ່ານດ້ານການຂົນສົ່ງສິນຄ້າ ແລະ ບໍລິການ ຫຼື LANDING ໂດຍນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເພື່ອເຊື່ອມໂຍງຈາກອາຊີຕາເວັນອອກສ່ຽງໃຕ້ ຫາ ອາຊີຕາເວັນອອກສ່ຽງເໝືອ ແລະ ເຊື່ອມໂຍງສູ່ພູມມີພາກອື່ນໆຂອງເສັ້ນທາງເຊື່ອມໂຍງເສດຖະກິດ ສປປ ຈີນ ກໍ່ຄື BRI (BELT AND ROAD INITIAYIVE) ຫຼື ທີ່ເອີ້ນກັນວ່າ ONE BELT ONE ເພື່ອສືບຕໍ່ພາລະກິດຊີ້ນຳ-ນຳພາ ທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍືນຍົງ ແນວທາງປະຕິບັດຂອງ ເຄພີ ໂດຍການຍຶດຖືນະໂຍບາຍ (Policy), ພະນັກງານຄຸນນະພາບ (Quallity Staff), ສິນຄ້າຄຸນນະພາບ (Quallity Products), ບໍລິສັດຄຸນນະພາບ (Qualliy Company). ພັນທະກິດ (Mission) ບໍລິສັດ ເຄພີ ຕ້ອງເປັນບໍລິສັດ ທີ່ມຸ້ງໝັ້ນ, ຄົ້ນຫາ, ຜະລິດສິນຄ້າ ແລະ ບໍລິການ ທີ່ດີເລີດ ເພື່ອຕອບສະໝອງລູກຄ້າໃຫ້ເກີດຄວາມເພີ່ງພໍໃຈສູງສຸດ, ວິໃສທັດ(Vision) ເປັນອົງກອນຊັ້ນນຳທີ່ເຂົ້າໃຈເລິກເຊິ່ງ ແລະ ຕອບສະໜອງຄວາມຕ້ອງການ ສ້າງຄຸນນະພາບຊີວິດທີ່ດີຕໍ່ຜູ້ຊົມໃຊ້ ແລະ ຮ່ວມພັດທະນາຊາດ ແລະ ສັງຄົມ. ເພື່ອສ້າງໃຫ້ເປັນວັດທະນາທຳອົງກອນທີ່ສົ່ງຕໍ່ຄ່ານິຍົມ 4 ປະການຄື: ຄວາມສາມັກຄີ, ຄວາມຈົ່ງຮັກພັກດີ, ຄວາມຊື່ສັດ ແລະ ຄວາມຮັບຜິດຊອບ ໂດຍແນ່ໃສເພື່ອພັດທະນາໃຫ້ເປັນແນວທາງປະຕິບັດແບບສະບັບຂອງເຄພີ ຫຼື KP WAY ຄືການຮັກສາສົມດຸນຂອງການເກັ່ງຄົນ ແລະ ການເກັ່ງງານ ໂດຍການພັດທະນາ ແລະ ປັບປຸງຢ່າງຕໍ່ເນື່ອງ ພາຍໃຕ້ ຄຳຂວັນ ທີ່ວ່າ: ຮ່ວມພະລັງຈາກໃຈ ສ້າງມື້ໃໝ່ໃຫ້ດີກວ່າ.

