KP COMPANY LIMITED

  ໃນວັນທີ 4 ກໍລະກົດ 2025 ທີ່ຜ່ານມາ, ບໍລິສັດ ເຄພີ ຈຳກັດ ໄດ້ຈັດກິດຈະກຳ ຝຶກອົບຮົມການດັບເພິງເບື້ອງຕົ້ນ ໃຫ້ກັບພະນັກງານ ທີ່ສຳນັກງານໃຫຍ່ ໂດຍມີເປົ້າໝາຍເພື່ອໃຫ້ພະນັກງານໄດ້ມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການປ້ອງກັນ ແລະ ລະງັບໄຟໄໝ້ຢ່າງຖືກວິທີພ້ອມທັງການໃຊ້ອຸປະກອນດັບເພິງຢ່າງຖືກຕ້ອງ ແລະ ປອດໄພ.

ສໍາລັບການຝຶກອົບຮົມໃນຄັ້ງນີ້, ບໍລິສັດໄດ້ເຊີນວິທະຍາກອນຜູ້ຊ່ຽວຊານດ້ານຄວາມປອດໄພ ໃນການເຮັດວຽກ ເຂົ້າມາໃຫ້ຄວາມຮູ້ທັງໃນພາກທິດສະດີ ແລະ ພາກປະຕິບັດ ເຊັ່ນ: ການຮູ້ຈັກປະເພດຂອງໄຟ, ວິທີໃຊ້ຖັງດັບເພິງໃຫ້ເໝາະສົມ ແລະ ການຝຶກຊ້ອມຫນີໄຟຈາກສະຖານການຈຳລອງ ເພື້ອໃຫ້ພະນັກງານສາມາດຮັບມືກັບເຫດການສຸກເສີນໄດ້ແບບປອດໄພ.

    ກິດຈະກຳນີ້ເປັນສ່ວນໜຶ່ງໃນນະໂຍບາຍດ້ານຄວາມປອດໄພ ຂອງບໍລິສັດ ເພື່ອເສີມສ້າງສະພາບແວດລ້ອມການເຮັດວຽກທີ່ປອດໄພມາໂດຍຕະຫຼອດ.
Scroll to Top