KP COMPANY LIMITED

ວັນທີ 17 ຕຸລາ 2025 ໄດ້ຈັດພິທີເປີດຢ່າງເປັນທາງການ ຂອງຕົວແທນຈໍາໜ່າຍລົດຈັກ YAMAHA ສາຂາໃໝ່ ທີ່ ຮ້ານຖາວອນມໍເຕີ້ ບ້ານພູຄູນ ນະຄອນປາກເຊ ແຂວງຈໍາປາສັກ

ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ.​ສຸກສະຫັວນ ວິໄລວົງ ຮອງເລຂາພັກແຂວງ​ ຫົວໜ້າ​ພະແນກ​ການເງິນແຂວງ,​ ທ່ານ ປອ.​ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກວັດທະນາທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ຄໍາ ນິລາວົງ ຫົວໜ້າພະແນກກະສິກຳ ແລະ ສິງແວດລ້ອມແຂວງ, ທ່ານ ປະສາດໄຊ ພິລາພັນເດຊ ປະທານ ບໍລິສັດ ເຄພີ​ ຈຳກັດ ພ້ອມຄະນະ,​ ທ່ານ ນາງ ລັດດາວັນ ຊາຕະກຸນ ຜູ້ອໍານວຍການ ຮ້ານ ຖາວອນມໍເຕີ້.​ ມີບັນດານັກທຸລະກິດ,​ ຜູ້ປະກອບການ​ ແລະ​ ໜ່ວຍງານ​ທີ່​ກ່ຽວຂ້ອງ​ ເຂົ້າຮ່ວມ.

ທ່ານ ປະສາດໄຊ ພິລາພັນເດຊ ປະທານບໍລິສັດ​ເຄພີ ຈຳກັດ ກ່າວວ່າ

“ການເປີດສາຂາໃໝ່ນີ້ ເປັນສາຂາທີ 28 ຂອງຢາມາຮາໃນປະເທດລາວ ແລະ ເປັນອີກກ້າວທີ່ສໍາຄັນຂອງການຮ່ວມມືລະຫວ່າງບໍລິສັດເຄພີ ຈຳກັດ ແລະ ຮ້ານຖາວອນມໍເຕີ້ ເພື່ອສົ່ງມອບລົດຈັກທີ່ມີຄຸນນະພາບ ແລະ ບໍລິການທີ່ດີທີ່ສຸດໃຫ້ແກ່ລູກຄ້າໃນແຂວງຈໍາປາສັກ.”

ເຊິ່ງເປັນອີກກ້າວໜຶ່ງທີ່ສໍາຄັນ ໃນການຮ່ວມມືລະຫວ່າງ​ບໍລິສັດ​ເຄພີ​ ຈຳກັດ ແລະ​ ຮ້ານຖາວອນມໍເຕີ້ ທີ່ມີຈຸດມຸ່ງໝາຍໃນການພັດທະນາທຸລະກິດ ແລະ ສົ່ງມອບຜະລິດຕະພັນທີ່ມີຄຸນນະພາບໃຫ້ແກ່ປະຊາຊົນຢ່າງຕໍ່ເນື່ອງ.

Scroll to Top